บทความ

ຈັບໂຈນດຶງກະເປົາສາວ ເຂດໂພນສີນວນ ນະຄອນຫຼວງວຽງຈັນ

ຊົມເຊີຍເຈົ້າຫນ້າທີ່ ທີ່ຈັບໄດ້ໂຈນດຶງກະເປົາສາວ ລາກຕາມພື້ນທາງເຂດໂພນສີນວນ ໃນເດືອນຜ່ານມາ ສຸດທ້າຍກໍ່ໄປບໍ່ລອດຖືກເຈົ້າໜ້າທີ່ເມືອງສີສັດຕະນາກຈັບໂຕໄດ້ແລ້ວ, ໂຈນສອງຄົນທີ່ມາດຶງກະເປົາສາວຢູ່ເຂດໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນໃນຕົ້ນເດືອນກໍລະກົດຜ່ານມາ. ໃນເຫດການຄັ້ງນັ້ນ ສາວຜູ້ປະສົບເຫດການໂຈນດຶງກະເປົ໋າແມ່ນກຳລັງລົງຈາກລົດເພື່ອຍ່າງຂ້າງທາງ ຢູ່ດີໆກໍ່ມີໂຈນ 2 ຄົນແລ່ນມາໃກ້ໆ ທັນທີນັ້ນມັນກໍ່ລົງມືດຶງເອົາກະເປົ່າຢ່າງຮຸນແຮງ ແຕ່ສາວຕັ້ງສະຕິໄດ້ຈັບສາຍກະເປົ໋າໄວ້ຢ່າງແໜ້ນບໍຍອມປ່ອຍ ຈິ່ງຖືກພວກໂຈນລາກໄປຫຼາຍແມັດສົມຄວນ ແຕ່ມີຄົນທີ່ຢູ່ເຂດນັ້ນເຫັນພາກັນແລ່ນໄປຊ່ວຍ ໂຈນເຫັນທ່າບໍດີຈິ່ງປ່ອຍເຈົ້າຂອງກະເປົ໋າແລ້ວແລ່ນໜີໄປ.  ເຫດການທີ່ເກີດຂຶ້ນ ໂຊກດີທີ່ສາວຜູ້ເຄາະຮ້າຍໃສ່ເສື້ອແຂນຍາວຈິ່ງເກີດແຜນລອກພຽງເລັກນ້ອຍຕາມບໍລິເວນແຂນຂາເທົ່ານັ້ນ ແຕ່ກໍ່ເຈັບໂຕໄປຫຼາຍເຕີບຍ້ອນພວກໂຈນໃຈບາບເຫຼົ່ານີ້. Cr.ABC Laos news ສຳນັກຂ່າວເອບີຊີລາວ
โพสต์ล่าสุด